- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພະຫັດ, 20 ມີຖຸນາ 2019 01:21
ແກ້ງກົງພະນັງ

ກົງພະນັງ ແມ່ນແກ້ງທີ່ໃຫຍ່, ເຕັມໄປດ້ວຍ ກ້ອນຫີນ ທີ່ສວຍງາມ ແລະ ມີລັກສະນະຮູບຮ່າງທີ່ແຕກຕ່າງກັນ ຢັ່ງຢາຍຕາມສາຍແມ່ນໍ້າຂອງ ເຊິ່ງຕັ້ງຢູ່ ບ້ານໜອງບົວທ່າ, ເມືອງສອງຄອນ, ເຊິ່ງຫ່າງຈາກຕົວເມືອງເຂົ້າໄປປະມານ 18 ກິໂລແມັດ, ໃນແກ້ງກົງພະນັງ ປະກອບດ້ວຍ ຖໍ້າທີ່ນ້ອຍ ແລະ ໃຫຍ່ ປະມານ 10 ກວ່າຖໍ້າ ທີ່ລືຊື່ ແລະ ມີປະຫວັດ ຄວາມເປັນມາອັນຍາວນານ ແລະ ໜ້າສົນໃຈ, ແກ້ງແຫ່ງນີ້ ປະຊາຊົນ ມັກມາທ່ຽວຫຼິ້ນ ແລະ ຊົມບັນຍາກາດທີ່ສົດຊື່ນ
ຈາກສາຍນໍ້າຂອງ ແລະ ທຸກໆປີ ໄດ້ມີການຈັດງານ ເທດສະການປີໃໜ່ລາວ, ເຊິ່ງຫ່າງຈາກເທດສະບານແຂວງ ປະມານ 78 ກິໂລແມັດ, ສາມາດເດີນທາງ ດ້ວຍຍານພາຫະນະຂະໜາດນ້ອຍ ແລະ ໃຫຍ່ ຕາມເສັ້ນທາງທີ 13 ໃຕ້, ແວ່ເບື້ອງຂວາມື ທີ່ບ້ານ ປາກຊ່ອງ-ລະຫານໍ້າ ເຂົ້າໄປປະມານ 20 ກິໂລແມັດ. ທີ່ມາຂອງຊື່ “ແກ້ງກົງພະນັງ” ໃນພາສາຜູ້ໄທແມ່ນ: ໂກ້ງພະນັງ ເຊິ່ງມີຄວາມໝາຍວ່າ: ສ້ວມທີ່ຫຸ້ມຫໍ່ ດ້ວຍສາຍໂງ່ນຫີນ ຕິດຕໍກັນບໍ່ສິ້ນສຸດ, ປະຈຸບັນມີຄໍາພ້ຽນວ່າ “ກົງພະນັງເຂັມມະລາດ” ລຽບຕາມສາຍຂອງ ປະມານ 150 ແມັດ, ສ້ວມກົງພະນັງ ເປັນບ່ອນທໍາມາຫາກິນ ຂອງຊາວຂອມບູຮານ ແລະ ເປັນບ່ອນຫລົບຫລີກ ຈາກການເກັບເກນໄປສ້າງ ປະສາດຫີນ ຈາກທະຫານ ຂອງຂຸນອັງຄະລາດ ເມື່ອເຂົາເຫັນທະຫານມາ ພວກເຂົາໄດ້ພາກັນ ໄປຫລົບຫລີກ ແລະ ລີ້ຊ່ອນຕາມຖໍ້າ ດັ່ງກ່າວ, ປາກຖໍ້າ ເລີ່ມແຕ່ແຄມຂອງ ໄປກຸດພັນຈັນ, ບ້ານໜອງຜີ ຍາວເກືອບ ປະມານ 20 ແມັດ, ບາງຄັ້ງຍ້ອນຄວາມຮີບຮ້ອນຫຼົບຫຼີກ ພວກເຂົາຈຶ່ງລືມຜ້າແພ, ເຄື່ອງໃຊ້ຂອງສອຍ ໄວ້ຢູ່ໃນສ້ວມຫີນ ເຮັດໃຫ້ທະຫານເຂົ້າໃຈວ່າແມ່ນເຄື່ອງ ຂອງຄົນບັງບົດ. ໃນບໍລິເວນຖໍ້າ ຍັງມີບັນດາຖໍ້າຕ່າງ ອີກ 14 ຖໍ້າ.