ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຮ່ວມກັບຄະນະກົມວາລະສານອາລຸນໃຫມ່ລົງເຄື່ອນໄຫວເກັບກຳຂໍ້ມູນຢູ່ແຂວງສະຫວັນນະເຂດ, ເມືອງເຊໂປນ ແລະ ເມືອງພີນ.
ໃນວັນທີ 3-8 ສີງຫາ 2020 ທີ່ຜ່ານມາ, ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຮ່ວມກັບຄະນະກົມວາລະສານ “ອາລຸນໃຫມ່” ລົງເຄື່ອນໄຫວເກັບກຳຂໍ້ມູນຢູ່ແຂວງສະຫວັນນະເຂດ, ເມືອງເຊໂປນ ແລະ ເມືອງພີນ. ໂດຍການນຳພາຂອງ
ທ່ານ ກົງແກ້ວ ມີວໍລະຈັກ ກໍ າ ມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ວຽງສຸວັນ ເກດຕະວົງ ຫົວໜ້າພະແນກບັນນາທິການວັດທະນະທຳ-ສັງຄົມ, ພ້ອມດ້ວຍພະນັກງານວິຊາການ ລວມທັງໝົດ 6 ສະຫາຍ ລົງເຄື່ອນໄຫວເກັບກຳຂໍ້ມູນ ເພື່ອເປັນບ່ອນອີງໃນການຄົ້ນຄວ້າຂຽນບົດລົງໂຄສະນາ ແລະ ເຜີຍແຜ່ໃນວາລະສານອາລຸນໃຫມ່. ເຊີ່ງຫົວຂໍ້ໃນການເກັບກຳຂໍ້ມູນມີດັ່ງນີ້:
ການລົງເຄື່ອງໄຫວເກັບກຳຂໍ້ມູນໃນຄັ້ງນີ້ ແມ່ນໄດ້ຮັບຄວາມຮ່ວມມື ຈາກການນຳຂອງເມືອງ ແລະ ພະແນກການອ້ອມຂ້າງເປັນຢ່າງດີ. ເຊີ່ງວ່າໃນການນຳສະເໜີຂໍ້ມູນ ຂອງແຕ່ລະເມືອງແມ່ນລາຍງານໂດຍຫຍໍ້ ແຕ່ກໍ່ ຄົບຖ້ວນຊັດເຈນ. ( ເຊີ່ງລາຍລະອຽດແມ່ນໃຫ້ຕິດຕາມໃນປື່ມວາລະສານ “ອາລຸນໃຫມ່” ປະຈຳເດືອນ)