ໃນຕອນເຊົ້າຂອງວັນທີ 18/9/2020 ໜ່ວຍພັກຮາກຖານໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມກາງສະໄໝຂຶ້ນທີີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່າ
ນຕາງໜ້າຄະນະຈັດຕັ້ງແຂວງ, ກວດກາພັກລັດແຂວງ, ອົງການຈັດຈັດມະຫາຊົນ ແລະ ສະມາຊິກພັກພັກພາຍໃນໜ່ວຍເຂົ້າຮ່ວມ 28 ສະຫາຍ, ຍິງ 10 ສະຫາຍ ໃນນັ້ນສະມາຊິກພັກບໍານານ 6 ສະຫາຍ, ຍິງ 2 ສະຫາຍ.
ສະຫາຍແກ້ວອຸດອນ ແກ້ວດວງດີ ຮອງເລຂາໜ່ວຍພັກໂຄສະນາອົບຮົມແຂວງໄດ້ກ່າວໄຂກອງປະຊຸມ ພ້ອມຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ.
ກອງປະຊຸມຍັງໄດ້ມອບ - ຮັບຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ XV ໂດຍໃຫ້ກຽດມອບໂດຍ ທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຮັບໂດຍ ທ່ານ ແກ້ວອຸດອນ ແກ້ວດວງດີ ຮອງເລຂາໜ່ວຍພັກໂຄສະນາອົບຮົມແຂວງ; ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ - ສໍາຮອງເປັນຕົວແທນໃຫ້ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ IC ທີ່ຈະໄຂຂຶ້ນໃນຕໍ່ໜ້າ ຊຶ່ງມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາຜູ້ແທນສົມບູນ 3 ສະຫາຍ, ຜູ້ແທນສໍາຮອງ 2 ສະຫາຍ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ ເພື່ອເປັນເຂັມທິດເຍືອງທາງ ແລະ ປັບປຸງວຽກງານໃນຕໍ່ໜ້າ.
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 181 |
![]() | ອາທິດນີ້ | 597 |
![]() | ເດືອນນີ້ | 3424 |
![]() | ທັງໝົດ | 216976 |
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌