ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ         

       ຊົມເຊີຍວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ                                                                                                                        

  • ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸ
  • ແຂວງສະຫວັນນະເຂດ
ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

  ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາ...
ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105&...
Previous
Next

ແຂວງສະຫວັນນະເຂດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 45 ປີ ແລະ ...

ສະຫວັນນະເຂດສະເຫຼີມສະຫຼອງ 2 ວັນສຳຄັນຂອງຊາດ ພ້ອມປະດັບຫຼຽນ ໃຫ້ບຸກຄົນທີ່ມີຜົນງານເດັ່ນໃນການພັດທະນາ 

    ເພື່ອລະນຶກເຖິງມູນເຊື້້ອອັນອົງອາດກ້າຫານຂອງບັນພະບູລຸດຂອງປະຊາຊົນລາວບັນດາ ເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ສະນັ້ນມາໃນຕອນເຊົ້າວັນທີ 8/12 /2020 ໄດ້ມີການວາງພວງມາລາຢູ່ອະນຸສາວາລີນັກຮົບນີລະນາມ ແລະ ວາງກະຕ່າດອອກໄມ້ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດລາວ,

ອະນຸສາວາລີ ທ່ານ ພູນ ສີປະເສີດ, ອະນຸສາວາລີ ທ່ານ ໜູຮັກ ພູມສະຫວັນ ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ພາຍໃຕ້ການນໍາພາຂອງສະຫາຍ ສັນຕິະພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆສະຫວັນນະເຂດ ພ້ອມພະນັກງານການນໍາຂອງແຂວງເຂົ້າຮ່ວມ. ພິເສດມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ປະຈຸບັນເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ ສະ​ໄໝ​ທີ x ເຂົ້າຮ່ວມ. ຈາກນັ້ນ ມີພິສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຈັດຂື້ນທີ່ຫໍວັດທະນະທໍາໄກສອນ ພົມວິຫານ.

ການເຂົ້າຮ່ວມເປັນປະທານສະເຫຼີມສະຫຼອງຄັ້ງນີ້ມີ ທ່ານ ສັນຕິະພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆສະຫວັນນະເຂດ, ມີພະນັກງານບໍນານປະຕິວັດອາວຸໂສ, ກໍາລັງ ປກຊ, ປກສ, ພະນັກງານສະມາຊິກພັກ, ລັດວິສາຫະກິດ, ສະຖາບັນການສຶກສາທາງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ ຈໍານວນ 616 ທ່ານ, ຍິງ 306 ທ່ານ. ໃຫ້ກຽດຂຶ້ນປາຖະກະຖາຄັ້ງນີ້ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ພະນັກງານບໍານານ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍຍົກລັດຖະມົນຕີ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ຊຶ່ງທ່ານໄດ້ເລົ່າເຖິງມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານຂອງບັນພະບູລຸດ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດ ແລະ ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ອຸດົມຄະຕິຂອງປະທານໄກສອນ ເປັນການສຶກສາອົບຮົມໃຫ້ບັນດາພະນັກງານສະມາຊິກພັກໄດ້ມີການເສີມຂະຫຍາຍມູນ ເຊື້ອອັນອົງອາດກ້າຫານ, ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ການເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງຖັນແຖວພະນັກງານສະມາຊິກພັກໃນທົ່ວແຂວງສະຫວັນນະເຂດ. ໃນພິທີ ກໍ່ໄດ້ມີການປະ ດັບຫຼຽນ ໃຫ້ບຸກຄົນ-ກົມກອງທີ່ມີຜົນ ງານປະກອບສ່ວນເຂົ້າໃນບັ້ນ ປີທ່ອງທ່ຽວລາວ 2018 ໃນນີ້ ມີຜູ້ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 12 ທ່ານ, ຫຼຽນໄຊແຮງງານຊັ້ນ III ມີ 8 ທ່ານ, ຫຼຽນໄຊພັດທະນາຊັ້ນ II ມີ 1 ທ່ານ, ປະດັບຫຼຽນໄຊພັດທະນາຊັ້ນ III ມີ 1 ທ່ານ ແລະ ໄດ້ປະດັບຫຼຽນກາພັດທະ ນາໃຫ້ 3 ພາກສ່ວນ ເຊິ່ງໃຫ້ກຽດປະດັບຫຼຽນໃນ ພິທີໃນຄັ້ງນີ້ໂດຍທ່ານທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໆ ສະຫວັນນະເຂດ.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ!

ວີດີໂອ....

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ກູ້ໄພ:           1629

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

200001
ມື້ນີ້ມື້ນີ້35
ມື້ວານນີ້ມື້ວານນີ້61
ອາທິດນີ້ອາທິດນີ້76
ເດືອນນີ້ເດືອນນີ້2548
ທັງໝົດທັງໝົດ200001

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌