ພິທີປາຖະກະຖາ 3 ວັນປະຫວັດສາດສຳຄັນຂອງ ຊາດຂອງພັກ
ໃນຕອນເຊົ້າວັນທີ 18 ມີນາ 2021 ທີ່ສະໂມສອນຫ້ອງວ່າ ການປົກຄອງແຂວງສະຫວັນ ນະເຂດ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດສຳຄັນຂອງ ຊາດຂອງພັກຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22/03/1955-22
/03/2021), ວັນຄຽດ ແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະ ເທດຊາດ ຄົບຮອບ 75 ປີ (21/03/1946-21/03/ 2021) ແລະ ວັນສ້າງຕັ້ງ ອົງການກວດກາພັກ-ລັດ ຄົບ ຮອບ 39 ປີ (16/ 02/ 1982- 16/02/2021) ເຊິ່ງເຂົ້າຮ່ວມມີບັນດາ ສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກການ-ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະບັນຊາການກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະເຫງົບ, ຕະຫຼອດຮອດບັນດາສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ບໍລິສັດວິສະຫະກິດອ້ອມຂ້າງແຂວງ, ເຂົ້າຮ່ວມທັງໝົດ 288 ຄົນ, ຍິງ 143 ຄົນ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ແຕລະທ່ານທີ່ໄດ້ຂື້ນປາຖະກະຖາ ກໍ່ໄດ້ຍົກ ໃຫ້ຮູ້ເຖິງປະຫວັດຄວາມເປັນ ມາ ແລະຄວາມໝາຍ ຄວາມສຳ ຄັນຂອງ 3 ວັນດັ່ງກ່າວ ໃນນີ້ ໃຫ້ກຽດຂຶ້ນເຜີຍແຜ່ເອກະ ສານວັນສ້າງຕັ້ງອົງການກວດ ກາພັກ-ລັດ ຄົບຮອບ 39 ປີ ໂດຍທ່ານ ແຖວຄຳ ພົມມະວົງ ຮອງປະທານກວດກາພັກ-ລັດແຂວງ, ເອກະສານວັນສ້າງ ຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ເຜີຍແຜ່ໂດຍ ທ່ານ ແກ້ວອຸດອນ ປານປັນຍາ ອະດີດຮອງຫົວໜ້າຄະນະໂຄ ສະນາອົບຮົມແຂວງ ແລະ ທ່ານ ພັທ ບຸນມາ ສອນໄຊຍະວົງ ປະທານສະຫະພັນນັກຮົບເກົ່າ ແຂວງ ຂຶ້ນເລົ່າຄືນເຖິງປະຫວັດ ວັນຄຽດແຄ້ນຂອງປະຊາຊົນ ລາວ-ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດ ເພື່ອປະ ເທດຊາດ ຄົບຮອບ 75 ປີ ທັງ ນີ້ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈເລິກເຊິ່ງເຖິງມູນເຊື້ອ ແລະ ຄວາມໝາຍຄວາມສຳ ຄັນຂອງ 3 ວັນປະຫວັດສາດສຳຄັນດັ່ງ ກ່າວ.
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 226 |
![]() | ເດືອນນີ້ | 2661 |
![]() | ທັງໝົດ | 210264 |
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌