ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ         

       ຊົມເຊີຍວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ                                                                                                                               

  • ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸ
  • ແຂວງສະຫວັນນະເຂດ
ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາວ-ຫວຽດນາມ.

  ປາຖາກະຖາ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືລາ...
ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105&...
Previous
Next

ຂ່າວໃໝ່

ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ຕິດຕາການເຄື່ອນໄຫວວຽກງານຮອບດ້ານຢູ່ເມືອງໄຊບູລີ.

ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ຕິດຕາການເຄື່ອນໄຫວວຽກງານຮອບດ້ານຢູ່ເມືອງໄຊບູລີ.

          ໃນ​ວັນ​ທີ 18 ພະຈິກ 2021 ທີ່​ຫ້ອງວ່າການເມືອງໄຊບູລີ, ແຂວງສະຫວັນນະເຂດ. ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ສະ​ຫວັນ​ນະ​ເຂດນຳ​ໂດຍ​ ທ່ານ​ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ, ພ້ອມ​ດ້ວຍ​ວິ​ຊາ​ການ 3 ທ່ານ ລົງ​ຊຸກ​ຍູ້ວຽກ​ງານ​ການເມືອງແນວ​ຄິດ, ຕິດ​ຕາ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານໂຄ​ສະ​ນາ​ອົບ​ຮົມ​ຢູ່ ​ເມືອງ​ໄຊບູລີ.

          ໃນ​ເວ​ລາ 8:30 ຂອງວັນ​ດັ່ງ​ກວ່າ, ໄດ້​ເປີດກອງ​ປະ​ຊຸມ ຊຸກ​ຍູ້​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ຢູ່​​ເມືອງໄຊ​ບູ​ລີ ໂດຍ​ການ​ເປັນ​ປະ​ທານ​ຂອງ​ ​ທ່ານ​ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ແລະ ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆໄຊບູລີ. ໃນ​ນັ້ນ​ມີ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມເມືອງ​ໄຊ​ບູ​ລີ ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ  ເຊີ່ງ​ມີ​ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ​ທັງ​ໝົດ 13/4 ສະ​ຫາຍ.

          ໃນ​ກອງ​ປະ​ຊຸມ​ແມ່ນ​ໄດ້​ຮັບຟັງ​ການ​ລາຍ​ງານ​ຂອງ​ ທ່​ານນາງ ພິດ​ສະ​ໄໝ ອີນ​ທະ​ວົງ ກຳມະການພັກເມືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໄຊ​ບູ​ລີ ເຊີ່ງ​ລາຍ​ງານ​ ສະ​ພາບ​ການເຄື່ອງ​ໄຫວ​​ໜ້າ​ທີ່​ວຽກ​ງານ​ແຕ່​ລະ​ຂະ​ແໜງ​ການ ຕາມພາ​ລະ​ບົດ​ບາດ​ທີ່ຮັບ​ຜິດ​ຊອບ​ຢ່າງ​ລະ​ອຽດ. ຫຼັງ​ຈາກນັ້ນ, ທ່ານ​ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ໄດ້ໂອ​ລົມໃຫ້​ທິດ​ຊີ້​ນຳວຽກ​ງານ​ການເມືອງແນວ​ຄິດ ແລະ ເໜັ້ນ​ໜັກ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຄື: ​ວຽກ​ງານ​​ປັບ​ປຸງ​ການຈັດ​ຕັ້ງ-ກຳ​ນົດ​ຕຳ​ແໜ່ງ​ງານ, ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​-ຫາງ​ສຽງ​ສັງ​ຄົມ, ການ​ເປີດ​ຮຽນສະໜັບສະໜູນ​ມະ​ຫາ​ຊົນ​ກ້າວ​ໜ້າ ແລະ ວຽກ​ງານ​ໂຄສະນາ​ປາ​ຖະ​ກະ​ຖາ ເປັນ​ຕົ້ນ. ພ້ອມ​ທັງ​ນັ້ນ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນກັບ ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆໄຊບູລີ ເພື່ອ​ເຮັດ​ແນວ​ໃດ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ ໃຫ້​ຖືກ​ຕ້ອງ​ຕາມ​ພາ​ລະ​ບົດ​ບາດ, ຕາມແນວ​ທາງ ແລະ ການເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຂອງ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ເມືອງ​ໄຊ​ບູ​ລີ ໃຫ້​ມີ​ຄວາມ​ເໜັ້ນ​ໜັກ​ຂື້ນ​ຕື່ມ.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຢ່າງສຸດໃຈ!

ວີດີໂອ....

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ

ເຊື່ອມຕໍ່ເວບໄຊສ໌

ເລກໂທ ສຸກເສີນ

ກູ້ໄພ:           1629

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

 

ສະຖິຕິຜູ້ເຂົ້າຊົມ:

216973
ມື້ນີ້ມື້ນີ້24
ມື້ວານນີ້ມື້ວານນີ້181
ອາທິດນີ້ອາທິດນີ້594
ເດືອນນີ້ເດືອນນີ້3421
ທັງໝົດທັງໝົດ216973

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌