ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20/01/1949 - 20/01/2022 ) ແລະ ວັນຊາດ ສາທາລະນະລັດ ກູບາ ຄົບຮອບ 63 ປີ ( 01/01/1959 - 01/01/2022).
ໃນວັນທີ 19 ຕຸລາ 2022 ຜ່ານມາ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຕັ້ງການປາ ຖະກະຖາ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20/01/1949 - 20/01/2022 ) ແລະ ວັນຊາດ ສາທາລະນະລັດ ກູບາ ຄົບຮອບ 63 ປີ ( 01/01/1959 - 01/01/2022). ໃຫ້ກຽດຂຶ້ນປາຖະກະຖາ ວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20/01/1949 - 20/01/2022 ) ໂດຍທ່ານ ພົນຈັກຕະວາ ຈະເລີນ ວົງວິໄຊ ອະດິດເລຂາຄະນະພັກ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ, ພະນັກງານອາວຸໂສບຳນານ ແລະ ໃຫ້ກຽດຂຶ້ນປາຖະກະຖາ ວັນຊາດ ສາທາລະນະລັດ ກູບາ ຄົບຮອບ 63 ປີ ( 01/01/1959 - 01/01/2022) ໂດຍທ່ານ ຄໍາພວຍ ວິໄລເດດວົງສາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພະແນກການ ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ, ຄະນະພັກກອງບັນຊາການ ປກຊ - ປກສ ແຂວງ, ຄະນະພັກສະຖາບັນການສຶກສາ, ມະຫາວິທະຍາໄລ, ວິທະຍາ ໄລທັງພາກລັດ ເອກະຊົນ, ບໍລິສັດ, ລັດວິສາຫະກິດອ້ອມຂ້າງແຂວງ ຈຳນວນພົນເຂົ້າຮ່ວມທັງໝົດ 243 ຄົນ, ຍິງ 122 ຄົນ ທີສະໂມສອນຫລັງຕ່ຳຫ້ອງວ່າການແຂວງສະຫວັນນະແຂວງ
![]() | ມື້ນີ້ | 36 |
![]() | ມື້ວານນີ້ | 61 |
![]() | ອາທິດນີ້ | 77 |
![]() | ເດືອນນີ້ | 2549 |
![]() | ທັງໝົດ | 200002 |
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌