ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດຕັ້ງປາຖະກະຖາວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປິ ແລະ 3 ວັນປະຫວັດສາດ
ໃນວັນທີ 31 ພຶດສະພາ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອກາດ ວັນຜ່າວົງປິດລ້ອມຂອງກອງ ພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 60 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປິ ໂດຍການໃຫ້ກຽດຂື້ນ ປາຖະກະຖາຂອງທ່ານ ພັທ ບຸນເລີດ ບາງສະຫັວນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງສະຫວັນນະເຂດ; ວັນເກິດ ປະທານໂຮ່ຈີມິນ ຄົບຮອບ 129 ປີ ແລະ ວັນຢຶດອຳນາດແຂວງ
ສະຫວັນນະເຂດ ຄົບຮອບ 44 ປີ ໂດຍການໃຫ້ກຽດຂື້ນປາຖະກະຖາຂອງທ່ານ ສົມຈັນ ຈວງໃບຄຳ ພະນັກງານບຳນານ ອາດີດ ຄະນະຢຶດ ອຳນາດຢູ່ແຂວງ ສະຫວັນນະເຂດ ຊຶ່ງຈັດຂື້ນທີ ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງ.
ໃຫ້ກຽດເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມີ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເລຂາ ຄະນະບໍລິຫານງານພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຊົນ, ຄະນະພັກ, ຄະນະບັນຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາ, ມະຫາວິທະຍາໄວ-ວິທະຍາໄລທັງພາກລັດ ແລະ ເອກະຊົນ, ລັດວິສາຫະກິດພ້ອມດ້ວຍພະນັກນັກງານສາມະຊິພັກອ້ອມຂ້າງຢ່າງພ້ອມພຽງ. ເຂົ້າຮ່ວມທັງໝົດ 368 ທ່ານ, ຍິງ 164 ທ່ານ.
ເຊີ່ງການໃຫ້ກຽດຂຶ້ນ ປາຖະກະຖາໃນຄັ້ງນີ້ ແຕ່ລະທ່ານໄດ້ຍົກໃຫ້ເຫັນ ເຖີງເຫດການທີ່ສຳຄັນ ແລະ ມູນເຊື່ອປະຫວັດສາດ ຄວາມພິລະອາດຫານ ສະຫຼາດສ່ອງໃສຂອງ ບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ເຊີ່ງໄດ້ລົບຫນີອອກຈາກຄຸກ ໂພນເຄັງໄດ້ຢ່າງມະຫັດສະຈັນ; ເວົ້າເຖີງການຈັດຕັ້ງນຳພາ -ບັນຊາການທີ່ໜັກແໜ້ນ, ເດັດດ່ຽວອາດຫານ ແລະ ສະຫຼາດສ່ອງໃສຂອງ ບັນດານັກຮົບກອງ ພັນທີ 2 ທີ່ສາມາດຜ່າວົງປິດລ້ອມຂອງສັດຕູໄດ້ຢ່າງມີໄຊ; ເວົ້າເຖີງເຫດການ ຂະບວນການຢຶດອຳນາດຂອງຊາວແຂວງສະຫວັນນະເຂດ ໃນວັນທີ 31 ພຶດສະພາ 1975 ເຊີ່ງມັນເປັນການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນໄຊຊະນະລວມຂອງການປົດປ່ອຍປະເທດຊາດ ຢ່າງສົມບູນໃນວັນທີ 2 ທັນວາ 1975; ລະນຶກເຖີງຊີວິດ, ການເຄື່ອນໄຫວປະຕິວັດ ແລະ ຄຸນງາມຄວາມດີຂອງປະທານ ໂຮ່ຈີມິນໃນນັ້ນ ທ່ານຍັງໄດ້ເວົ້າເຖີງຄວາມສາມັກຄີພິເສດລະຫວ່າງສອງພັກ -ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໃນການປາຖະກະຖາຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ ພະນັກງານ - ລັດຖະກອນ ເຫັນໄດ້ເຖິງຕົ້ນກຳເນີດ, ມູນເຊື້ອອັນດີງາມ, ຄວາມພິລະອາດຫານ, ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 104 |
![]() | ອາທິດນີ້ | 217 |
![]() | ເດືອນນີ້ | 2293 |
![]() | ທັງໝົດ | 156199 |
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌