ໃນວັນທີ 23 ສິງຫາ 2019 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອກາດ ວັນລັດຖະທຳມະນູນແຫ່ງ ສປປ ລາວຄົບຮອບ 28 ປີ ໂດຍການໃຫ້ກຽດຂື້ນປາຖະກະຖາຂອງ ທ່ານ ຄຳຜັນ ຄູນສະຫວັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫັວນນະເຂດ; ວັນຢຶດອຳນາດທົ່ວປະເທດ ສປປ ລາວ ຄົບຮອບ 44 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ, ວັນເກິດທ່ານ ຟີແດນ ກາສໂຕຣ ຣຸດສ ຄົບຮອບ 93 ປີ ໃຫ້ກຽດຂື້ນປາຖະກະຖາຂອງ ທ່ານ ແກ້ວອຸດອນ
ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົບແຂວງສະຫວັນນະເຂດ; ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 37 ປີ ໃຫ້ກຽດຂື້ນປາຖະກະຖາຂອງ ທ່ານ ກຽງສັກ ບຸນທະວົງ ຮອງປະທານສານປະຊາຊົນແຂວງ. ຊຶ່ງຈັດຂື້ນທີ ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງ.
ໃຫ້ກຽດເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຊົນ, ຄະນະພັກ, ຄະນະບັນຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາ, ມະຫາວິທະຍາໄສ-ວິທະຍາໄລທັງພາກລັດ ແລະ ເອກະຊົນ, ລັດວິສາຫະກິດພ້ອມດ້ວຍພະນັກນັກງານສາມະຊິພັກອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ. ຊື່ງມີຜູ້ເຂົ້າຮ່ວມທັງໝົດ 275 ທ່ານ, ຍິງ 143 ທ່ານ.
![]() | ມື້ນີ້ | 25 |
![]() | ມື້ວານນີ້ | 104 |
![]() | ອາທິດນີ້ | 219 |
![]() | ເດືອນນີ້ | 2295 |
![]() | ທັງໝົດ | 156201 |
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌