8 ໂລກຮ້າຍສຳລັບພະນັກງານຫ້ອງການ
1. ໂລກຜົມຫຼົ່ນ: ຍິ່ງມີຄວາມຄິດຫຼາຍຜົມກໍ່ຍິ່ງຫຼົ່ນ ແຕ່ອີກປັດໃນໜຶ່ງທີ່ທ່ານບໍ່ເຄີຍຄິດນັ້ນກໍ່ຄືການຂາດແສງແດດ ສັງເກດຫຼືບໍ່ວ່າສ່ວນຫຼາຍແລ້ວພະນັກງານຈະບໍ່ຄ່ອຍໄດ້ຮັບແສງແດດໃນຍາມເຊົ້າ ເພາະແດດໃນຍາມເຊົ້າຈະຊ່ວຍໃຫ້ເຮົາສັງເຄາະວິຕາມິນ Kທີ່ຈຳເປັນຕໍ່ຮ່າງກາຍລວມທັງໜັງຫົວອີກດ້ວຍ.
2. ອາການເຈັບຫົວ,ໄມແກຣນ,ຄວາມຈຳເຊື່ອມ,ເມີ່ລອຍເປັນປະຈຳ ສາເຫດດັ່ງກ່າວນີ້ກໍ່ຄົງຮູ້ໂດຍທົ່ວໄປວ່າເກີດຈາກຄວາມຄິດ ແຕ່ອີກສາເຫດໜຶ່ງທີ່ໜ້າສົນໃຈກໍ່ຄື: ອາຫານ, ດື່ມກາເຟຫຼາຍ, ອາຫານມີໄຂມັນສູງ, ກິນຊີ້ສັດຫຼາຍແຕ່ຂາດການອອກກຳລັງກາຍ.
3. ອາການເຈັບຕານ້ຳຕາແຫ້ງໜ້າມືດໃນບາງຄັ້ງ ການສາຍແສງຂອງຕາຜິດປົກກະຕິ : ເພາະນອກຈາກຄວາມຄິດແລ້ວ ສາເຫດໃຫຍ່ໆກໍ່ຄືການນັ່ງໃນໜ້າຈໍກາຍມື້ລະ 6 ຊົ່ວໂມງ ແລະ ການຈ້ອງເບິ່ງໜ້າຈໍໃນບ່ອນມືດບໍ່ມີແສງ.
4. ອາການຄັນດັງ, ເປັນຫວັດ ແລະ ພູມແພ້ ສາເຫດຂອງອາການຫຼັກໆແມ່ນມາຈາກການທີ່ຢູ່ໃນແຕ່ຫ້ອງແອ ບໍ່ໄດ້ຫາຍໃຈເອົາອາກາດສົດ.
5. ປາກເໝັນ: ຖ້າມີຄວາມຄິດພະຍາດໃນຊ່ອງປາກກໍ່ຈະເຮັດວຽກຢ່າງມີປະສິດທິພາບ ແລະ ມີອາຫານຈຳພວກກາເຟ,ທາດເຫຼົ້າ ລວມທັງການເວົ້າຈາທີ່ໜ້ອຍກວ່າປົກກະຕິ.
6. ອາການເຈັບຄໍ, ປວດບ່າໄຫຼ່, ເຈັບຂໍ້, ປວດນີ້ວມືເພາະເກີດຈາກການກິນໄປເຮັດວຽກໄປຈະເຮັດໃຫ້ອີ່ມຊ້າ ແລະ ກິນໄດ້ຫຼາຍ.
7. ອາການໂລກກະເພາະເກີດຈາກການຄິດຫຼາຍ , ນອນບໍ່ລັບ ແລະ ນອນບໍ່ພຽງພໍ ກໍ່ເປັນສາເຫດທີ່ຈະເຮັດໃຫ້ໜ້າຕາໝອງຄ້ຳ ແລະ ສຸຂະພາບອ່ອນເພຍໄດ້.
8. ສະດວງກົ້ນ: ແມ່ນເກີດມາຈາກການນັ່ງຫຼາຍເກີນໄປຈຶ່ງເຮັດໃຫ້ເກີດການນັ່ງທັບເສັ້ນເລືອດດຳບໍລິເວນປາຍລຳໄສ້ ແລະ ເຮັດໃຫ້ເກີດອາການເລືອດໄຫຼມາໂຮມກັນຈົນເປັນເກີດກ້ອນໄດ້.
ເອົາຂໍ້ມູນຈາກເວັບໄຊ: www.healthy.moph.go.th/index ໂດຍ: ທ.ສັງທອງ ຍອດຊາຍ.
![]() | ມື້ນີ້ | 28 |
![]() | ມື້ວານນີ້ | 181 |
![]() | ອາທິດນີ້ | 598 |
![]() | ເດືອນນີ້ | 3425 |
![]() | ທັງໝົດ | 216977 |
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌