ເບ້ຍຕົ້ນຕາເວັນອ່ອນແຫຼ່ງສານອາຫານເພື່ອສຸຂະພາບ.
ເບ້ຍຕົ້ນຕາເວັນອ່ອນເປັນພືດທີ່ມີແຫຼ່ງໄຂມັນຊະນິດທີ່ດີຕໍ່ຮ່າງກາຍ, ມີໃຍອາຫານທີ່ມີປະໂຫຍດຕໍ່ລະບົບຂັບຖ່າຍ, ເປັນແຫຼ່ງໂປຣຕີນ, ທາດເຫຼັກ, ແຄວຊຽມ... ນອກຈາກນີ້ມັນຍັງມີກົດ Linoleic ໃນປະລິມານຫຼາຍ ທີ່ຊ່ວຍບຳລຸງສະໝອງ ແລະ ກະດູກໃຫ້ແຂງແຮງ ທັງອຸດົມໄປດ້ວຍວິຕາມິນ A,B2,E,D,K, ໂອເມກາ 3,6,9
ແລະ ໂຟເລດສູງ ຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ, ປ້ອງກັນໂລກຫົວໃຈ, ມະເຮັງ ແລະ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນ.
ຕົ້ນດອກຕາເວັນອ່ອນມີໂປຣຕີນຫຼາຍກວ່າຜັກກາດຂຽວເຖິງ 2 ເທົ່າ, ມີວິຕາມິນ A,B2,E,D,K, ແລະ ຍັງມີວິຕາມິນ A ສູງກວ່ານ້ຳມັນເຂົ້າຫວີດ ແລະ ຖົ່ວເຫຼືອງ 3 ເທົ່າ. ເມື່ອນຳເອົາແກ່ນດອກຕາເວັນມາຕອນທີ່ຍັງອ່ອນໆ ຄຸນຄ່າທາງສານອາຫານຈະເພີ່ມຂຶ້ນຫຼາຍເຊັ່ນ: ມີໂປຣຕີນສູງກວ່າຖົ່ວເຫຼືອງ, ມີວິຕາມິນ A ສູງ, ຊ່ວຍບຳລຸງສາຍຕາ, ຜິວພັນ ແລະ ເຮັດໃຫ້ນານເຖົ້າ.
ປະຈຸບັນຕົ້ນອ່ອນຂອງດອກຕາເວັນຖືກນຳເອົາໄປເປັນອາຫານ ແລະ ມີສູດການປຸງແຕ່ງຫຼາຍຢ່າງເຊັ່ນ: ຂົ້ວ, ແກງຈືດ, ຫຼືເຮັດເປັນຜັກໃສ່ນຳຍຳສະຫຼັດ, ລວກຈ້ຳແຈ່ວ ຫຼືໃຊ້ແທນຖົ່ວງອກກໍ່ໄດ້.
ຂະບວນການໃນການປູກຕົ້ນດອກຕາເວັນອ່ອນນັ້ນງ່າຍໆ ແລະ ບໍ່ຈຳເປັນຕ້ອງໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ໃດໆ ຈຶ່ງເຮັດໃຫ້ເຮົາໝັ້ນໃຈວ່າປອດໄພຈາກສານເຄມີຕົກຄ້າງ. ສຳລັບໄລຍະເວລາການເຕີບໃຫ່ຍຂອງເບ້ຍດອກຕາເວັນແມ່ນປະມານ 1-2 ອາທິດກໍ່ສາມາດເກັບມາເປັນອາຫານໄດ້.
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 61 |
![]() | ອາທິດນີ້ | 73 |
![]() | ເດືອນນີ້ | 2545 |
![]() | ທັງໝົດ | 199998 |
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌