ໃນວັນທີ 3-5/11/2020 ການຝຶກອົບຮົມໄດ້ຈັດຂຶ້ນຢູ່ສະໂມສອນເມືອງ ເຂົ້າຮ່ວມໃນຄັ້ງນີ້ ມີບັນດາທ່ານການນໍາຫຼັກແຫຼ່ງຂອງເມືອງ, ສະຫາຍເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະພັກຮາກຖານ, ຫົວໜ້າຈຸດສຸມ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງໃນຄະນະກໍາມະການເກັບກໍາຫາງສຽງ - ສັງຄົມ ຂັ້ນເມືອງ.
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນ ທີ່ຖືກນ້ຳຖ້ວມ.
ມາໃນວັນທີ 22/10/2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງນໍາໂດຍ ທ່ານ ແກ້ວອຸດອນແກ້ວດວງດີ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການ 2 ສະຫາຍ, ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ມອບເຄື່ອງຊ່ວຍ ເຫຼືອໃຫ້ແກ່ 2 ເມືອງເມືອງພີນ ແລະ ເມືອງເຊໂປນທີ່ຖືກນ້ໍາຖ້ວມ. ເຊີ່ງແຕ່ລະເມືອງມີດັ່ງນີ້:
ໃນຕອນເຊົ້າຂອງວັນທີ 18/9/2020 ໜ່ວຍພັກຮາກຖານໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມກາງສະໄໝຂຶ້ນທີີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່າ
ໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ມອບນ້ຳດື່ມ ມູນຄ່າ 240,000ກີບ ເພື່ອໄປຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງເຊໂປນ.
ໃນວັນທີ 21 ຕຸລາ 2020 ຜ່ານມາ ທ່ານ ພີມມະຈັນ ສີຫາຈັກ ຮອງເລຂາຊາວໜຸ່ມ ພ້ອມດ້ວຍສະມາຊີກຊາວໜຸ່ມພາຍໃນໜ່ວຍ ໄດ້ມອບ ນ້ຳດື່ມ ມູນຄ່າ 240,000 ກີບ ໃຫ້ແກ່ສະຫະພັນຊາວໜຸ່ມ ແຂວງສະຫວັນນະເຂດ ເພື່ອໄປຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງເຊໂປນ
ປາຖາກະຖາ ວັນຊາດ ສປ ຈີນ ຄົບຮອບ 71 ປີ, ວັນປະກາດເອກະລາດ ຄົບຮອບ 75 ປີ ແລະ ວັນຄູແຫ່ງຊາດ ຄົບຮອບ 26 ປີ.
ໃນວັນທີ 15 ຕຸລາ 2020 ຜ່ານມາ. ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງການປາ ຖະກະຖາເນື່ອງ ໃນໂອກາດ ວັນຊາດ ສປ ຈີນ ຄົບຮອບ 71 ປີ ( 1/10/1949-1/10/2020), ວັນປະກາດເອກະລາດ ຄົບຮອບ 75 ປີ (
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 54 |
![]() | ອາທິດນີ້ | 208 |
![]() | ເດືອນນີ້ | 48 |
![]() | ທັງໝົດ | 183301 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌