ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.